ມາເຮັດຄວາມຮູ້ຈັກກັບເຊື້ອແບັກທີເລຍໃນກະເພາະອາຫານ H.pylori ອັນຕະລາຍທີ່ບໍ່ຄວນມອງຂ້າມ

Helicobacter pylori

ອາການເຈັບທ້ອງ ແສບທ້ອງ ທ້ອງອືດ ຈຸກ ແລະແນ່ນທ້ອງ ທີ່່ຄົນທົ່ວໄປເຂົ້າໃຈວ່າ ເປັນອາການຂອງໂລກກະເພາະອາຫານອັກເສບນັ້ນ ຄວາມເປັນຈິງແລ້ວອາດຈະບໍ່ໄດ້ ເປັນພຽງແຕ່ການອັກເສບທົ່ວໄປຂອງກະເພາະອາຫານ ໃນປັດຈຸບັນໄດ້ມີການຄົ້ນພົບແລ້ວວ່າ ການຕິດເຊື້ອແບັກທີເລຍຊະນິດໜຶ່ງທີ່ຊື່ວ່າ Helicobacter pylori ຫຼື H. pylori ເປັນອີກຫນຶ່ງສາເຫດຫລັກຂອງການເກີດໂລກກະເພາະອາຫານອັກເສບ ເຊິ່ງຖ້າປ່ອຍຖິ້ມໄວ້ໃຫ້ໂລກກະເພາະອາຫານອັກເສບຊຳເຮື້ອເປັນເວລາດົນໆ ອາດເຮັກໃຫ້ເກີດແຜໃນກະເພາະອາຫານ ແລະເຊື້ອນີ້ຍັງເປັນສາເຫດຫນຶ່ງຂອງມະເຮັງກະເພາະອາຫານ (gastric cancer) ອີກດ້ວຍ


ແມ່ນຫຍັງຄືເຊື້ອ H. Pylori (ເຮັຊໄພໂລໄຣ)? 

H. pylori ຫຼືເຊື້ອເຮັຊໄພໂລໄຣ ແມ່ນເຊື້ອແບັກທີເລຍຊະນິດໜຶ່ງ ທີ່ເມື່ອເຂົ້າສູ່ຮ່າງກາຍແລ້ວ ຈະໄປອາໄສຢູ່ໃນລະບົບຍ່ອຍອາຫານ ໂດຍຕິດຕໍ່ຜ່ານທາງອາຫານການກິນເປັນຫລັກ ໂດຍເຊື້ອເມື່ອເຂົ້າສູ່ຮ່າງກາຍແລ້ວ ຈະມີການອາໄສຢູ່ໃນກະເພາະອາຫານ ເຮັດໃຫ້ເກີດ ການອັກເສບຂອງກະເພາະອາຫານ ພົບວ່າຫລາຍກວ່າ 50% ຂອງປະຊາກອນໂລກມີການຕິດເຊື້ອນີ້ ໂດຍສະເພາະປະເທດພູມພາກອາຊຽນຈະພົບການຕິດເຊື້ອຊະນິດນີ້ໄດ້ຫລາຍກວ່າປະເທດພາກຕາເວັນຕົກ ສ່ວນໃຫຍ່ຜູ້ທີ່ຕິດເຊື້ອຈຳນວນຫຼາຍຈະບໍ່ສະແດງອາການ ແຕ່ສຳລັບບາງຄົນເຊື້ອອາດຈະເຮັດໃຫ້ເກີດໂລກແຜໃນກະເພາະອາຫານ ຫຼືແຜທີ່ລຳໄສ້ອ່ອນສ່ວນຕົ້ນ ລວມຖຶງມະເຮັງກະເພາະອາຫານດ້ວຍ


ປັດໃຈສ່ຽງຂອງການຕິດເຊື້ອ H. pylori

ຄົນທຸກເພດທຸກໄວ ມີຄວາມສ່ຽງຕໍ່ການຕິດເຊື້ອ H. pylori ໄດ້ທັງຫມົດ ບໍ່ວ່າຈະມີອາການ ຫຼືບໍ່ມີອາການ ໂດຍສາເຫດຫຼັກມາຈາກການຮັບປະທານອາຫານ ດັ່ງນີ້:

  1. ການຮັບປະທານອາຫານດິບ, ກຶ່ງສຸກກຶ່ງດິບ ຫຼືອາຫານດອງຕ່າງໆ ລວມຖຶງຜັກສົດທີ່ລ້າງ ບໍ່ສະອາດເປັນປະຈຳ ອາຫານແຊ່ແຂງທີ່ຜ່ານຂະບວນການຜະລິດບໍ່ສຸກ ບໍ່ຖືກສຸຂະລັກສະນະ ທີ່ອາດປະປົນເຊື້ອແບັກທີເລຍ
  2. ດື່ມນໍ້າທີ່ບໍ່ສະອາດ ຫຼືຜ່ານເຄື່ອງກອງນໍ້າທີ່ບໍ່ໄດ້ມາດຕະຖານ
  3. ອຸປະກອນທີ່ໃຊ້ໃນການປຸງແຕ່ງອາຫານທີ່ບໍ່ຖືກຫຼັກສຸຂະລັກສະນະ
  4. ອາໄສໃນສິ່ງແວດລ້ອມຫຼືການຮັບປະທານອາຫານຮ່ວມກັບຜູ້ຕິດເຊື້ອໂດຍບໍ່ໃຊ້ບ່ວງກາງ ເພາະເຊື້ອນີ້ສາມາດຕິດຕໍ່ໄດ້ຜ່ານນໍ້າລາຍ

ເຊື້ອນີ້ສາມາດຕິດຕໍ່ໄດ້ຜ່ານການຮັບປະທານອາຫານ ຫຼືນໍ້າທີ່ປະປົນກັບເຊື້ອ ຜ່ານເຂົ້າໄປໃນກະເພາະອາຫານແລະລຳໄສ້ອ່ອນສ່ວນຕົ້ນ ໂດຍເຊື້ອຈະເຂົ້າໄປກະຕຸ້ນໃຫ້ກະເພາະຜະລິດນ້ຳກົດໃນກະເພາະອາຫານອອກມາຫຼາຍຂຶ້ນ ເຮັດໃຫ້ຜິວກະເພາະອາຫານບາງລົງ ລວມທັງນໍ້າຍ່ອຍຕ່າງໆ ກໍ່ໃຫ້ເກີດການທຳລາຍເນື້ອເຢື່ອຂອງກະເພາະ ແລະລຳໄສ້ອ່ອນ ຈົນກະທັ້ງກໍ່ໃຫ້ເກີດການອັກເສບ


ອາການຂອງການຕິດເຊື້ອ H. pylori

ຜູ້ທີ່ຕິດເຊື້ອສ່ວນໃຫຍມັກບໍ່ປາກົດອາການ (Asymptomatic) ໃນກຸ່ມຄົນທີ່ມີອາການຈະມີອາການສະແດງອອກຫຼາຍນ້ອຍແຕກຕ່າງກັນໄປ ໂດຍອາການທີ່ພົບ ໄດ້ແກ່:

  1.  ອາການປວດທ້ອງ ຫຼື ແນ່ນທ້ອງ ໂດຍສະເພາະບໍລິເວນລູ່ມຫນ້າເອິກ ຫຼືບໍລິເວນ ຫນ້າທ້ອງ ຫຼືທີ່ມັກຖືກເຂົ້າໃຈວ່າແມ່ນໂລກກະເພາະອາຫານອັກເສບ ແລະບໍ່ດີຂຶ້ນເມື່ອຮັບປະທານຢາລົດກົດ ເພາະຈະຕ້ອງໃຊ້ຢາຂ້າເຊື້ອຮ່ວມ
  2.  ອາການຈຸກ ສຽດ ຄື້ນໄສ້ ທ້ອງອືດ ເອື້ອມ ຫຼືມີລົມແນ້ນ ກິນໄດ້ນ້ອຍລົງ ອິ່ມໄວຂຶ້ນ ຫຼືແນ້ນທ້ອງຫຼັງຈາກຮັບປະທານອາຫານ ແມ່ນກະທັ່ງກິນບໍ່ຫຼາຍກໍ່ຕາມ
  3.  ເລືອດອອກໃນທາງເດີນອາຫານ ເຊັ່ນ ຖ່າຍອຸດຈະລະມີສີດຳ ຫຼືທີ່ມີຜົນມາຈາກພາວະໂລຫິດຈາງ ເນື່ອງຈາກການສູນເສຍເລືອດຈາກແຜໃນກະເພາະ
  4.  ຜູ້ປ່ວຍກະເພາະອາຫານອັກເສບແບບຊຳເຮື້ອບາງຄົນ ອາດມີຄວາມສ່ຽງທີ່ເຊື້ອນີ້ ຈະນຳໄປສູ່ການເກີດມະເຮັງກະເພາະອາຫານຈາກການຕິດເຊື້ອ H. pylori

ເມື່ອໃດຈຶ່ງຄວນກວດຫາການຕິດເຊື້ອ H. pylori ແລະໃຜແນ່ທີ່ຕ້ອງເຂົ້າຮັບການກວດແລະການຮັກສາ?

ແນະນຳໃຫ້ເຂົ້າຮັບການກວດເມື່ອຜູ້ປ່ວຍມີອາການຕໍ່ໄປນີ້:

  1. ຜູ້ທີ່ມີອາການຂອງໂລກກະເພາະອາຫານອັກເສບຊຳເຮື້ອເກີນ 1 ເດືອນ ຫຼືຮັບປະທານຢາລົດກົດຕໍ່ເນື່ອງເກີນ 2 ອາທິດ ແລ້ວອາການບໍ່ດີຂຶ້ນ
  2. ຜູ້ທີ່ເຄີຍມີປະຫວັດການຕິດເຊື້ອມາກ່ອນ ແລະມີອາການເກີດຊ້ຳ
  3. ຜູ້ທີ່ມີປະຫວັດຄົນໃນຄອບຄົວເປັນມະເຮັງກະເພາະອາຫານ ລວມຖຶງຜູ້ທີ່ມີ ຄວາມກັງວົນວ່າອາດຈະເປັນມະເຮັງກະເພາະອາຫານ
  4. ຜູ້ທີ່ອາໄສຮ່ວມກັນກັບຜູ້ທີ່ຕິດເຊື້ອ H. pylori ຫຼືຮັບປະທານອາຫານຮ່ວມກັນປະຈຳ

າງໃດກໍ່ຕາມ ຜູ້ທີ່ມີແຜໃນກະເພາະອາຫານທຸກຄົນກໍ່ບໍ່ໄດ້ເກີດຈາກການຕິດເຊື້ອ  H. pylori ທັງໝົດ ໂດຍຍັງມີສາເຫດສຳຄັນອື່ນໆ ທີ່ສາມາດນຳໄປສູ່ການເກີດແຜໃນກະເພາະໄດ້ ເຊັ່ນ: ການໃຊ້ຢາແກ້ປວດໃນກຸ່ມ NSAIDs (Non-Steroidal Anti-Inflammatory Drugs) ການດື່ມເຄື່ອງດື່ມມີແອລກໍຣໍ ເປັນຕົ້ນ


ຈະຮູ້ໄດ້ຢ່າງໃດວ່າຕິດເຊື້ອນີ້ຫຼືບໍ່?

ການກວດຫາການຕິດເຊື້ອ ສາມາດເຮັດໄດ້ທັງແບບສ່ອງກ້ອງທາງເດີນອາຫານ ແລະ ບໍ່ສ່ອງກ້ອງ ຊຶ່ງແຕ່ລະວິທີກໍ່ມີຂໍ້ດີແລະຂໍ້ເສຍທີ່ແຕກຕ່າງກັນ ດັ່ງນີ້:

  1. ການສ່ອງກ້ອງທາງເດີນອາຫານສ່ວນຕົ້ນ
    • ຂໍ້ດີ: ສາມາດປະເມີນເຫັນລັກສະນະຜິວກະເພາະອາຫານໄດ້ດ້ວຍຕາ ວ່າມີຄວາມ ຜິດປົກຕິຫຼືບໍ່ ສາມາດເຫັນອາການອັກເສບ ແຜ ຫຼືມະເຮັງໄດ້ຈາກພາບທີ່ສ່ອງກ້ອງ (Endoscopic findings) ຫຼາຍນ້ອຍປານໃດ ສາມາດເກັບເນື້ອເຢື່ອກະເພາະອາຫານໄປກວດເຊື້ອ ແລະເບິ່ງການປ່ຽນແປງຂອງເຊວເນື້ອເຢື່ອກະເພາະອາຫານມີການປ່ຽນແປງຫຼືບໍ່ ບໍ່ຈຳເປັນຕ້ອງຢຸດການໃຊ້ຢາລົດກົດ ຫຼືຢາຂ້າເຊື້ອ ກ່ອນການກວດ ຄວາມໄວ (sensitivity) ແລະຄວາມແມ່ນຢຳ (accuracy) ສູງກວ່າວິທີອື່ນໆ
    • ຂໍ້ເສຍ: ມີຄ່າໃຊ້ຈ່າຍສູງກວ່າວິທີອື່ນ
  2. ການກວດວິທີອື່ນທີ່ບໍ່ຈຳເປັນຕ້ອງສ່ອງກ້ອງທາງເດີນອາຫານ ເຊັ່ນ
    1. ການກວດລົມຫາຍໃຈ (Urea Breath Test)
      • ຂໍ້ດີ: ເປັນວິທີທີ່ງ່າຍ ແລະສະດວກ ມີຄວາມໄວສູງປະມານ 88–96% ແລະຄວາມແມ່ນຢໍາສູງ
      • ຂໍ້ເສຍ: ບໍ່ສາມາດຮູ້ໄດ້ວ່າຜິວກະເພາະມີການປ່ຽນແປງຫຼາຍນ້ອຍແຄ່ໃດ ແລະຕ້ອງຢຸດໃຊ້ຢາຂ້າເຊື້ອ ຫຼືຢາລົດກົດບາງປະເພດ ກ່ອນການກວດ 2–4 ອາທິດ
    2. ການເກັບອຸຈະລະ (Stool Antigen Test: Stool AG H. pylori)
      • ຂໍ້ດີ: ເປັນວິທີທີ່ງ່າຍ ແລະສະດວກ ລາຄາຖືກ ຄວາມແມ່ນຢຳສູງກວ່າ 90–95%
      • ຂໍ້ເສຍ: ບໍ່ສາມາດຮູ້ຖຶງລັກສະນະຂອງຜິວກະເພາະອາຫານວ່າມີການປ່ຽນແປງຫຼາຍນ້ອຍປານໃດ ແລະຕ້ອງຢຸດໃຊ້ຢາຂ້າເຊື້ອອື່ນໆ ຫຼືຢາລົດກົດບາງປະເພດກ່ອນເຂົ້າຮັບ ການກວດຖຶງ 2–4 ອາທິດ ຖ້າຫາກເກັບຕົວຢ່າງບໍ່ຖືກວິທີ ຜົນກວດອາດຜິດພາດໄດ້
    3. ການເຈາະເລືອດ (Serum H. pylori IgG + Current Infection)
      • ຂໍ້ດີ: ເປັນວິທີທີ່ງ່າຍແລະສະດວກ ລາຄາຖືກ ມີຄວາມແມ່ນຢຳຢູ່ລະດັບ 70–90%
      • ຂໍ້ດ້ອຍ: ແມ່ນການກວດຫາພູມຄຸ້ມກັນ (antibody) ໃນເລືອດ ທີ່ກວດຫາ ພູມຄຸ້ມກັນຕໍ່ H. pylori ໃນເລືອດ ຖຶງຈະຢືນຢັນກາ ສຳຜັດເຊື້ອໄດ້ ແຕ່ບໍ່ສາມາດຈຳແນກ   ການຕິດເຊື້ອທີ່ຍັງມີເຊື້ອຢູ່ ຫຼືການຕິດເຊື້ອໃນອະດີດ ການພົບຜົນບວກຈຶງຕ້ອງໄດ້ຮັບ  ການຢືນຢັນດ້ວຍວິທີອື່ນໆ ເພື່ອກວດສອບຫາການຕິດເຊື້ອທີ່ຍັງຄົງມີຢູ່

ການຮັກສາ

ການຮັບປະທານຢາຂ້າເຊື້ອຈຳນວນຫຼາຍຊະນິດ ຕໍ່ເນື່ອງເປັນເວລາປະມານ 10–14 ມື້ ພາຍໃຕ້ການຄວບຄຸມຂອງທ່ານໝໍ ໂດຍຫຼັງຈາກຈົບການຮັກສາແລ້ວຜູ້ປ່ວຍຄວນກັບໄປ ພົບແພດເພື່ອກວດຊ້ຳວ່າຍັງມີເຊື້ອເຫຼືອຫຼືບໍ່ເພາະຄົນໄຂ້ບາງຄົນອາດຍັງພົບເຊື້ອຫຼົງເຫຼືອຢູ່ ຖຶງກີນຢາຄົບຕາມຄຳແນະນຳແລ້ວ ຜູ້ປ່ວຍຍັງຈຳເປັນຕ້ອງພົບແພດຕາມນັດ ເພື່ອຢືນຢັນ  ຜົນການກວດວ່າຮັກສາຈົນບໍ່ພົບເຊື້ອແລ້ວ ເພື່ອປ້ອງກັນພາວະແຊກຊ້ອນຕ່າງໆ ທີ່ອາດ  ເກີດຂຶ້ນໄດ້


ໂລກຕິດເຊື້ອ H. pylori ສາມາດດູແລຕົນເອງ ແລະປ້ອງກັນໄດ້ແນວໃດ?

ການຮັກສາສຸຂະອະນາໄມ ແລະຄວາມສະອາດເປັນພື້ນຖານ ແມ່ນຫຼັກສຳຄັນ ທີ່ສາມາດຊ່ວຍລົດຄວາມສ່ຽງໃນການຕິດເຊື້ອໄດ້ ໂດຍມີວິທີປະຕິບັດດັ່ງນີ້:

  •  ລ້າງມືໃຫ້ສະອາດທຸກຄັ້ງ ກ່ອນ ແລະຫຼັງຈາກການຮັບປະທານອາຫານ
  •  ຮັບປະທານອາຫານໂດຍໃຊ້ບ່ວງກາງ
  •  ບໍ່ໃຊ້ພາຊະນະຫຼືແກ້ວນ້ຳຮ່ວມກັນ ຖ້າບໍ່ໄດ້ລ້າງສະອາດກ່ອນ
  •  ຫຼີກລ້ຽງການຮັບປະທານອາຫານ ແລະນໍ້າທີ່ບໍ່ສະອາດ
  •  ຫຼີກລ້ຽງອາຫານທີ່ປຸງສຸກບໍ່ດີ ຫຼືອາຫານດິບ

***ອົງການອະນາໄມໂລກ (WHO) ໄດ້ຈັດລຳດັບໃຫ້ເຊື້ອ (Helicobacter pylori)  ແມ່ນເປັນປັດໃຈສ່ຽງທີ່ສຳຄັນຂອງມະເຮັງກະເພາະອາຫານ ຜູ້ທີ່ຕິດເຊື້ອນີ້ມີຄວາມສ່ຽງ ໃນການເກີດມະເຮັງກະເພາະອາຫານສູງກວ່າຜູ້ທີ່ບໍ່ຕິດເຊື້ອປະມານ 3–9 ເທົ່າ ດັ່ງນັ້ນ ການກວດຫາແລະການຮັກສາການຕິດເຊື້ອ Helicobacter pylori ແມ່ນມີຄວາມຈຳເປັນແລະສຳຄັນໃນການຫຼຸດຄວາມສ່ຽງຕໍ່ການເກີດມະເຮັງກະເພາະອາຫານ ***

Privacy Settings