
ໄຂມັນເກາະຕັບ ຫຼືໄຂມັນພອກຕັບ (Fatty Liver Disease)
ແມ່ນກຸ່ມໂລກທີ່ເກີດຈາກການສະສົມໄຂມັນໃນຕັບຫຼາຍເກີນປົກກະຕິ. ຄົນໄຂ້ທີ່ເປັນໂລກນີ້ສ່ວນໃຫຍ່ບໍ່ມີອາການ ຄືຄົນໄຂ້ມັກບໍ່ມີຄວາມເຈັບປວດໃດໆ ເຮັດໃຫ້ຄົນໄຂ້ຫລາຍກຸ່ມທີ່ບໍ່ຮູ້ຕົນເອງວ່າເປັນພະຍາດນີ້ໂດຍບໍ່ຮູ້ຕົວ ອັນເນື່ອງມາຈາກບໍ່ເຄີຍໄດ້ຮັບການກວດກາສຸຂະພາບການເຮັດວຽກຂອງຕັບ ແລະອາດເປັນໄພງຽບທີ່ເຮັດໃຫ້ເຮົາບໍ່ຮູ້ຕົວວ່າສຸຂະພາບຕັບບໍ່ປົກກະຕິ. ຫາກປ່ອຍປະລະເລີຍບໍ່ໄດ້ຮັບການດູແລຮັກສາ ອາດຈະເຮັດໃຫ້ເກີດ ພັງຜືດທີ່ຕັບ ກໍ່ໃຫ້ເກີດຕັບແຂງ ແລະກາຍເປັນມະເຮັງຕັບ ໂດຍທີ່ເຮົາບໍ່ຮູ້ຕົວ.
ພາວະໄຂມັນພອກຕັບ
ໃນປະຊາກອນໂລກພົບເພີ່ມຂຶ້ນ ຖຶງປະມານ 20-25% ຂອງປະຊາກອນ ແລະໃນປະຈຸບັນປະຊາກອນໄທ ຖຶງແມ່ນວ່າຍັງບໍ່ມີຕົວເລກຢ່າງຊັດເຈນ ແຕ່ກໍໄດ້ຄາດຄະເນວ່າ ພົບພາວະໄຂມັນພອກຕັບເພີ່ມຂຶ້ນເລື້ອຍໆ ເນື່ອງຈາກວິຖີການດໍາລົງຊີວິດ ແລະການເລືອກຮັບປະທານອາຫານທີ່ສ່ວນໃຫຍ່ມີສ່ວນປະກອບຂອງນ້ຳຕານ ແປ້ງ ແລະໄຂມັນ ໃນປະລິມານທີ່ສູງຂຶ້ນ ແລະຈະພົບໄຂມັນພອກຕັບຫຼາຍຂຶ້ນຢ່າງຊັດເຈນໃນກຸ່ມຄົນໄຂ້ຜູ້ປ່ວຍເບາຫວານ, ໄຂມັນໃນເລືອດສູງ, ຜູ້ທີ່ດື່ມແອວກໍຮໍ ແລະຜູ້ທີ່ເປັນໂລກອ້ວນ ເປັນຕົ້ນ.
ຄວາມສຳຄັນຂອງໂລກໄຂມັນພອກຕັບ
ນອກຈາກຈະເຮັດໃຫ້ເກີດການອັກເສບຂອງຕັບ ການເກີດພັງຜືດເກາະຕັບ ຕັບແຂງ ແລະອາດຈະປ່ຽນແປງເປັນມະເຮັງຕັບໄດ້ໃນອະນາຄົດ ໂດຍທີ່ພວກເຮົາບໍ່ຮູ້ຕົວ ໄຂມັນພອກຕັບຍັງເພີ່ມຄວາມສ່ຽງໃນການເກີດໂລກ ແລະການເສຍຊີວິດຈາກໂລກຫົວໃຈແລະຫລອດເລືອດ (Cardiovascular disease) ເຊັ່ນ ໂລກຫລອດເລືອດຫົວໃຈຕີບ, ໂລກຫລອດເລືອດໃນສະຫມອງ ເປັນຕົ້ນ.
ສາເຫດຂອງໄຂມັນພອກຕັບ ສາມາດແບ່ງອອກໄດ້ເປັນ 2 ກຸ່ມໃຫຍ່ໆ ໄດ້ແກ່:
- ເກີດຈາກການດື່ມເຄື່ອງດື່ມແອວກໍຮໍ (Alcohol-related Fatty Liver Disease): ການບໍລິໂພກເຄື່ອງດື່ມແອວກໍຮໍ ຫຼືເຄື່ອງດື່ມທີ່ມີທາດເຫຼົ້າໃນປະລິມານທີ່ຫຼາຍ ແລະເປັນເວລາດົນ ສາມາດເຮັດໃຫ້ເກີດພາວະໄຂມັນພອກຕັບໄດ້
- ບໍ່ໄດ້ເກີດຈາກການດື່ມເຄື່ອງດື່ມແອວກໍຮໍ (Non-alcoholic Fatty Liver Disease: NAFLD) ຫຼືໃນປັດຈຸບັນໄດ້ຖືກປ່ຽນຊື່ເປັນ Metabolic-associated Fatty Liver Disease (MAFLD) ເພື່ອໃຫ້ສອດຄ່ອງກັບທີ່ມາຂອງການເກີດໂລກນີ້ຫຼາຍຂຶ້ນ ກຸ່ມຄົນເຫຼົ່ານີ້ໄດ້ແກ່:
- ໂລກອ້ວນ: ຜູ້ທີ່ມີດັດຊະນີມວນກາຍ (BMI>25) ສູງກວ່າ 25 ຫຼື ເສັ້ນຮອບແອວຫຼາຍກວ່າ 90 ຊມ. (36 ນິ້ວ) ສໍາລັບຜູ້ຊາຍ ຫຼືຫຼາຍກວ່າ 80 ຊມ. (32 ນິ້ວ) ສໍາລັບຜູ້ຍິງ
- ໂລກເບົາຫວານ, ໂລກຄວາມດັນເລືອດສູງ, ໄຂມັນໃນເລືອດສູງ
- ຜູ້ທີ່ມີພຶດຕິກຳການບໍລິໂພກແລະວິຖີດຳເນີນຊີວິດທີ່ມີຄວາມສ່ຽງ:
- ຮັບປະທານອາຫານທີ່ມີພະລັງງານສູງ ເຊັ່ນ ແປ້ງ, ເຂົ້າ, ນ້ໍາຕານ, ຂອງຫວານ, ຂອງທອດ, ຂອງມັນ, ອາຫານແປຮູບເປັນປະຈໍາ. ພະລັງງານສ່ວນເກີນຈະຖືກແປຮູບແລ້ວ ສະສົມໄວ້ໃນຕັບ
- ຜູ້ທີ່ບໍ່ຄ່ອຍເຄື່ອນໄຫວ ຂາດການອອກກຳລັງກາຍ
- ຜູ້ທີ່ຕິດເຊື້ອໄວຣັສຕັບອັກເສບ B ຫຼື C
- ຜູ້ທີ່ໄດ້ຮັບຢາບາງຊະນິດ ທີ່ອາດກໍ່ໃຫ້ເກີດໄຂມັນພອກຕັບໄດ້
ອາການຂອງໄຂມັນພອກຕັບ
ຕາມທີ່ໄດ້ກ່າວໄວ້ຂ້າງເທິງ ອາການຂອງໄຂມັນພອກຕັບໃນໄລຍະທໍາອິດຈະ “ບໍ່ມີອາການ” ມັກຈະເປັນການຖືກກວດພົບໂດຍບັງເອີນຈາກການກວດສຸຂະພາບ ຫຼື ການກວດເລືອດ. ແຕ່ຖ້າປ່ອຍໄວ້ດົນ ປະລິມານໄຂມັນຈະສະສົມໃນຕັບເພີ່ມຂຶ້ນເລື່ອຍໆ ຈົນເຮັດໃຫ້ເກີດພາວະຕັບອັກເສບ ຫຼືພັງຜືດ. ຜູ້ປ່ວຍອາດຈະເລີ່ມມີອາການເຊັ່ນ:
- ເມື່ອຍງ່າຍ, ອ່ອນເພຍ ເນື່ອງຈາກຕັບແມ່ນອະໄວຍະວະທີ່ສໍາຄັນໃນການສ້າງແລະ ເກັບສະສົມພະລັງງານຂອງຮ່າງກາຍ.
- ຖ້າປ່ອຍໄວ້ຈົນເກີດພັງຜືດ ແລະຕັບແຂງ ອາດມີອາການເຊັ່ນ ຂາບວມ, ຕົວເຫຼືອງ ຕາເຫຼືອງ, ທ້ອງໃຫຍ່ ເປັນຕົ້ນ.
ລະດັບຂອງໄຂມັນພອກຕັບ
ໄຂມັນພອກຕັບສາມາດແບ່ງໄດ້ເປັນ 4 ໄລຍະ ຄື:
- Simple Fatty Liver (Steatosis) – ໄລຍະທີ່ມີໄຂມັນກໍ່ຕົວຢູ່ໃນເນື້ອຕັບ ແຕ່ຜົນເລືອດຍັງຢູ່ໃນເກນປົກກະຕິ
- Non-Alcoholic Steatohepatitis (NASH) – ເລີ່ມມີການອັກເສບຂອງຕັບ ຜົນເລືອດພົບຄ່າການເຮັດວຽກຂອງຕັບຜິດປົກກະຕິ
- Liver Fibrosis – ຕັບອັກເສບຊຳເຮື້ອສົ່ງຜົນກໍ່ໃຫ້ເກີດພັງຜືດໃນເນື້ອຕັບ ແລະ ເນື້ອເຍື່ອຕັບຄ່ອຍໆຖືກທໍາລາຍ
- Cirrhosis – ເນື້ອເຍື່ອຕັບຖືກທໍາລາຍຈຳນວນຫຼາຍ ກໍ່ໃຫ້ເກີດຕັບແຂງ ແລະ ມະເຮັງຕັບໄດ້ໃນອະນາຄົດ
ພວກເຮົາຈະຮູ້ໄດ້ຢ່າງໃດວ່າມີໄຂມັນພອກຕັບ
- ການກວດອັລຕຣາຊາວນດ໌ຊ່ອງທ້ອງ (ultrasound upper abdomen) – ຈະພົບວ່າຕັບອາດມີຂະໜາດໃຫຍ່ຂຶ້ນ ແລະມີລັກສະນະຂາວຫຼາຍຂຶ້ນກວ່າປົກກະຕິ. ແຕ່ກວດ ອັລຕຣາຊາວນດ໌ພຽງຢ່າງດຽວອາດປະເມີນຄວາມຮຸນແຮງຂອງພະຍາດໄດ້ບໍ່ພໍ
- ການກວດ Fibroscan – ເພື່ອວັດລະດັບປະລິມານໄຂມັນສະສົມ ແລະປະເມີນພາວະພັງຜືດໃນເນື້ອຕັບ ເປັນການກວດທີ່ລະອຽດຫຼາຍຂຶ້ນ ເພື່ອປະເມີນຄວາມຮຸນແຮງຂອງໄຂມັນພອກຕັບໄດ້ດີຂຶ້ນ
- ການກວດເລືອດ (liver function test) – ເພື່ອເບິ່ງຄ່າການເຮັດວຽກຂອງຕັບ
- ການກວດດ້ວຍຄື່ນແມ່ເຫຼັກໄຟຟ້າ
- ການເຈາະສ່ວນເນື້ອຕັບ
ການປ້ອງກັນໂລກໄຂມັນພອກຕັບ
- ຮັກສານ້ຳໜັກຕົນໃຫ້ຢູ່ໃນເກນປົກກະຕິ: ຫຼີກລ້ຽງການຮັບປະທານອາຫານທີ່ມີໄຂມັນສູງ (High Fat) ເຊັ່ນ ອາຫານມັນ, ຂອງທອດ, ຂອງຫວານ, ອາຫານທີ່ມີແປ້ງຫຼືນ້ຳຕານສູງ ແລະອາຫານແປຮູບ ແລ້ວປ່ຽນມາຮັບປະທານອາຫານທີ່ມີໂປຣຕີນທີ່ມີຄຸນນະພາບ ແລະຜັກຕ່າງໆ ໃຫ້ຫຼາຍຂຶ້ນ
- ອອກກຳລັງກາຍເປັນປະຈຳ ຜູ້ປ່ວຍທີ່ເປັນເບົາຫວານ ຫຼື ໄຂມັນໃນເລືອດສູງ ຄວນຄວບຄຸມພະຍາດໃຫ້ດີໂດຍການກິນຢາຕາມຄຳແນະນຳຂອງແພດ ພ້ອມກັບຄວບຄຸມອາຫານ ແລະອອກກຳລັງກາຍ
- ຜ່ອນຫຼືຢຸດການສູບຢາ
- ຫຼີກລ້ຽງການດື່ມແອວກໍຮໍ
- ກວດສຸຂະພາບປະຈຳປີ: ເພື່ອເຝົ້າລະວັງກ່ອນທີ່ຈະເລີ່ມມີອາການ ຫຼືກ່ອນທີ່ຈະຊ້າເກີນໄປ ເນື່ອງຈາກພະວະໄຂມັນພອກຕັບໃນໄລຍະຕົ້ນໆ ສາມາດປັບປ່ຽນພຶດຕິກຳໃຫ້ກັບຄືນມາຢູ່ໃນສະພາບປົກກະຕິໄດ້
**ໄຂມັນພອກຕັບ ຢ່າລໍຖ້າໃຫ້ມີອາການ ຖ້າທ່ານເປັນຜູ້ມີຄວາມສ່ຽງ ຫຼືຕ້ອງການກວດສະພາບການເຮັດວຽກຂອງຕັບ ຄວນເຂົ້າຮັບການໃຫ້ຄຳປຶກສາ ແລະການກວດຫາສາເຫດຢ່າງລະອຽດ. ຖ້າພົບໄຂມັນພອກຕັບໃນໄລຍະຕົ້ນ ສາມາດປັບປ່ຽນພຶດຕິກຳການບໍລິໂພກ ແລະການດຳລົງຊີວິດໄດ້ ເພື່ອສຸຂະພາບຕັບທີ່ແຂງແຮງ ແລະສົມບູນ ປ້ອງກັນການເກີດຕັບແຂງ ແລະມະເຮັງຕັບໃນອະນາຄົດ.**